| 1 |
ປະກາດສາກົນ ກ່ຽວກັບສິດຂອງມະນຸດ |
| 2 |
ວັນທີ 20 ທັນວາ ຄ.ສ 1958 |
| 3 |
ກອງປະຊຸມໃຫຍ່ສະຫະປະຊາຊາດໄດ້ຮັບຮອງ ແລະ ປະກາດສິດຂອງມວນມະນຸດຊື່ງພວກເຮົາໄດ້ຈັດພິມຂື້ນຕະຫຼອດບົດຫຼັງການປະກາດອັນເປັນປະຫວັດການນີ້ກອງປະຊຸມໃຫຍ່ໄດ້ຊີ້ແຈງກັບສະມາຊິກທຸກໆທ່ານຂໍຈົ່ງຢ່າໄດ້ປະລະເລີຍໂອກາດ ແລະ ວິທີທາງອັນໃດຊື່ງສາມາດຈະໄດ້ຮັບໃນອານາຄົດ, ເພື່ອເຜີຍແຜ່ໃຫ້ປະຊາຊົນໄດ້ຮັບແຈກຈ່າຍອ່ານ ແລະ ວິຈານສີ່ງສຳຄັນໃນໂຮງຮຽນ ແລະ ສະຖານສຶກສາໃດໆໂດຍບໍ່ຄຳນືງເຖິງລັດທິ, ການເມືອງຂອງເຮົາ ຫຼື ປະເທດໃດເລີຍ. |
| 4 |
ສຳນັກງານຖະແຫຼງຂ່າວຂອງອົງການສະຫະປະຊາຊາດ ຄ.ສ 1958. |
| 5 |
|
| 6 |
ບົດນຳ |
| 7 |
ດ້ວຍເຫດວ່າ: ການຮັບຮູ້ກຽດຕິສັກອັນມີປະຈຳຢູ່ຕົວບຸກຄົນໃນວົງສະກຸນຂອງມະນຸດທຸກໆຄົນ ແລະ ການຮັບຮູ້ສິດສະເໝີພາບ ແລະ ສະເຖຍລະພາບຂອງບຸກຄົນເຫຼົ່ານັ້ນ ປະກອບເປັນຮາກຖານຂອງສິດເສລີພາບ ຍຸດຕິທຳ ແລະ ສັນຕິພາບຂອງໂລກ. |
| 8 |
ດ້ວຍເຫດວ່າ: ການບໍ່ຮັບຮູ້ ແລະ ໜີ່ນປະໝາດຕໍ່ສິດຂອງມະນຸດນັ້ນໄດ້ເປັນຕົ້ນເຫດໃຫ້ເກີດການກະທຳຢ່າງປ່າເຖື່ອນຊື່ງຈະເຮັດໃຫ້ແຄ້ນໃຈຕໍ່ມະໂນທຳຂອງມະນຸດ ແລະ ເຫັນວ່າການນຳຊື່ງໂລກມະນຸດທີ່ຈະມີອິດສະຫຼະໃນການສະແດງຄວາມເວົ້າ ແລະ ຄວາມເຊື່ອຖືຊື່ງຈະພົ້ນຈາກຄວາມຫວາດຫວັ່ນ ຢ້ານກົວ ແລະ ຍາກຈົນຂົ້ນແຄ້ນນັ້ນໄດ້ຖືກປະກາດວ່າ: ເປັນຄວາມປາຖະໜາອັນຍອດຍີ່ງຂອງມະນຸດ. |
| 9 |
ດ້ວຍເຫດວ່າ: ມີຄວາມສຳຄັນທີ່ຕ້ອງລະບຽບສິດປ້ອງກັນສິດທັງຫຼາຍຂອງມະນຸດເພື່ອບໍ່ໃຫ້ບຸກຄົນຖືກບັງຄັບໃຈໃຫ້ຕໍ່ສູ້ຄວາມບຽດບຽນຂ້ຽວແຂ້ນແລະຄວາມກົດຂີ່ຂົ່ມເຫງຈົນເຫຼືອວິໃສ. |
| 10 |
ດ້ວຍເຫດວ່າ: ເປັນຂໍ້ສຳຄັນທີ່ຕ້ອງເຊີດຊູສຳພັນທະໄມຕີລະຫວ່າງປະເທດຊາດໃຫ້ດີຍີ່ງຂື້ນ; |
| 11 |
ດ້ວບເຫດວ່າ: ໃນກົດໝາຍໂລກນັ້ນປະຊາຊົນແຫ່ງສະຫະປະຊາຊາດໄດ້ປະກາດຢືນຢັນຄວາມເຊື່ອຖືຂອງຕົນອີກໃນສິດສຳຄັນຂອງມະນຸດ ໃນກຽດຕິສັກ ແລະ ຄຸນຄ່າຂອງບຸກຄົນໃນຄວາມສະເໝີພາບຂອງສິດສ່ວນບຸກຄົນຜູ້ຊາຍ ຫຼື ຜູ້ຍິງ ແລະ ເຫັນວ່າ:ປະຊາຊົນເຫຼົ່ານັ້ນໄດ້ປະກາດຕົນເປັນຜູ້ຈະເລີນພໍແລ້ວທີ່ຈະຊ່ວຍສະໜັບສະໜູນຄວາມກ້າວໜ້າທາງດ້ານສັງຄົມປະລະຈະຈັດຕັ້ງມາດຕະຖານການຄອງຊີບໃຫ້ດີຍີ່ງຂື້ນໂດຍເສລີພາບອັນກວ້າງຂວາງ: |
| 12 |
ດ້ວຍເຫດວ່າ: ລັດສະມາຊິກຕ່າງໆໄດ້ໃຫ້ຄວາມໝັ້ນສັນຍາວ່າຈະຮ່ວມມືກັບອົງການສະຫະປະຊາຊາດເພື່ອຈັດດຳເນີນການໃຫ້ການນັບຖືສິດທັງຫຼາຍຂອງມະນຸດ ແລະ ສິດເສລີພາບອັນສຳຄັນທັງມວນໄດ້ເປັນໄປທົ່ວໂລກຢ່າງປະຈັກ. |
| 13 |
ດ້ວຍເຫດວ່າ: ຄວາມເຂົ້າໃຈໃນສິດເສລີພາບເຫຼົ່ານີ້ໂດຍທົ່ວກັນເປັນຂໍ້ສຳຄັນຍີ່ງເພື່ອປະຕິບັດຕາມສັນຍານີ້ຢ່າງສົມບູນ. |
| 14 |
ກອງປະຊຸມໃຫຍ່ຈື່ງປະກາດວ່າ: |
| 15 |
ປະກາດສາກົນກ່ຽວກັບສິດຂອງມະນຸດສະບັບນີ້ເປັນອຸດົມຂະຕິຮ່ວມກັນທີ່ຈະໃຫ້ຊົນຊາດ ແລະ ປະເທດຊາດທຸກໆຊາດບັນລຸເຖິງ ເພື່ອຈະໃຫ້ບຸກຄົນທຸກຄົນ ແລະ ອົງການສັງຄົມທຸກອົງການ ຊື່ງຖືເອົາປະກາດນີ້ເປັນນິໃສປະຈຳໃຈສະເໝີນັ້ນພະຍາຍາມຈັດການໃຫ້ມີຜູ້ນັບຖືສິດ ແລະ ເສລີພາບເຫຼົ່ານີ້ໃຫ້ກວ້າງຂວາງອອກໄປໂດຍການສຶກສາ ແລະ ການອົບຮົມ ແລະ ຈັດການໃຫ້ມີຜູ້ຮັບຮູ້ ແລະ ປະຕິບັດສິດ ແລະ ເສລີພາບນີ້ທົ່ວໄປຢ່າງປະຈັກໂດຍໃຊ້ລະບຽບຕາມຂັ້ນຂອງຊາດໃຫ້ໄດ້ຜົນເປັນລຳດັບຂື້ນໄປ; ການນັບຖືສິດ ແລະ ເສລີພາບນີ້ໃຫ້ດຳເນີນໄປໃນທ່າມກາງຊາວຊົນພົນລະເມືອງຂອງບັນດາລັດສະມາຊິກນັ້ນເອງພ້ອມກັບທັງຊາວຊົນພົນລະເມືອງຂອງບັນດາດິນແດນທີ່ຢູ່ໃນອຳນາດແຫ່ງກົດໝາຍຂອງລັດເຫຼົ່ານັ້ນດ້ວຍ. |
| 16 |
|
| 17 |
ມາດຕາ 1: |
| 18 |
ມະນຸດເກີດມາມີສິດເສລີພາບ ແລະ ສະເໝີໜ້າກັນໃນທາງກຽດຕິສັກ ແລະ ທາງສິດດ້ວຍມະນຸດມີສະຕິສຳປັດຊັນຍະ(ຮູ້ດີຮູ້ຊົ່ວ)ແລະມີມະໂນທຳຈື່ງຕ້ອງປະພຶດຕົນຕໍ່ກັນໃນທາງພີ່ນ້ອງ. |
| 19 |
|
| 20 |
ມາດຕາ 2: |
| 21 |
ຂໍ້ 1.ຄົນຜູ້ໃດກໍ່ອ້າງຕົນໄດ້ວ່າ:ມີສິດ ແລະ ເສລີພາບທຸກຢ່າງທີ່ໄດ້ປ່າວຮ້ອງຢູ່ໃນປະກາດສະບັບນີ້ໂດຍບໍ່ເລືອກໜ້າ ບໍ່ຈຳກັດເຊື້ອຊາດ,ຜິວເນື້ອ,ເພດ,ສາສະໜາ ຄວາມຄິດເຫັນໃນດ້ານການເມືອງ ຫຼື ອື່ນໆ ກຳເນີດແຫ່ງຊາດຫຼື ສັງຄົມຖານະການມີຊັບສົມບັດມາກ ຫຼື ນ້ອຍ,ມີຕະກຸນ ຫຼື ຖານະອື່ນໆ. |
| 22 |
|
| 23 |
ຂໍ້ 2.ອີກປະການໜື່ງ ຈະບໍ່ຈຳກັດຢ່າງໃດໃນການແຕກຕ່າງກັນອັນເນື່ອງມາຈາກລະບຽບການເມືອງການປົກຄອງ ຫຼື ລະຫວ່າງຊາດຂອງປະເທດ ຫຼື ດິນແດນ ຊື່ງບຸກຄົນຜູ້ໃດຜູ້ໜື່ງສັງກັດຢູ່;ດິນແດນນັ້ນຈຳເປັນເອກະລາດຢູ່ໃນຄວາມອາລັກຂາຂອງມະຫາອຳນາດ ຫຼື ບໍ່ມີອິດສະຫຼະ ຫຼື ຖືກລົດອະທິປະໄຕລົງໂດຍຈຳກັດກໍ່ຕາມ. |
| 24 |
|
| 25 |
ມາດຕາ 3. |
| 26 |
ບຸກຄົນທຸກຄົນມີສິດດຳລົງຊີວິດ ມີສິດເສລີພາບ ແລະ ຄວາມປອດໄພໃນຕົວ. |
| 27 |
|
| 28 |
ມາດຕາ 4. |
| 29 |
ບໍ່ມີຜູ້ໃດເລີຍທີ່ຈະຕ້ອງຖືວ່າ:ມີອາການເປັນທາດ ແລະ ເປັນຂ້ອຍເປັນຂ້າການເປັນທາດ ແລະ ຂ້າທາດນັ້ນ ເປັນສີ່ງທີ່ຕ້ອງຫ້າມທຸກປະການ. |
| 30 |
|
| 31 |
ມາດຕາ 5. |
| 32 |
ບໍ່ມີຜູ້ໃດເລີຍທີ່ຈະຕ້ອງຖືກທໍລະມານຕົວ ຖືກໂທດ ຫຼື ຂະນາບຢ່າງມາລຸນໂຫດຮ້າຍຢ່າງຂາດມະນຸດສະທຳ ຫຼື ເຊື່ອມເສຍກຽດຕິຍົດ. |
| 33 |
|
| 34 |
ມາດຕາ 6. |
| 35 |
ບຸກຄົນຜູ້ໃດກໍລະນີມີສິດທີ່ຈະຮັບຮູ້ນິໃສປະຈຳບຸກຄົນທີ່ປະຕິບັດກັນໃນທາງກົດໝາຍນະສະຖານທີ່ທຸກແຫ່ງ. |
| 36 |
|
| 37 |
ມາດຕາ 7. |
| 38 |
ບຸກຄົນສະເໝີກັນຕໍ່ໜ້າກົດໝາຍ ແລະ ມີສິດທີ່ຈະໄດ້ຮັບຄວາມຄຸ້ມຄອງຂອງກົດໝາຍເທົ່າທຽມກັນໂດຍບໍ່ມີການແຕກຕ່າງທຸກຄົນມີສິດທີ່ຈະໄດ້ຮັບຄວາມຄຸ້ມຄອງເທົ່າທຽມກັນຕໍ່ການກະທຳໃດໆທີ່ຖືກບຸກຄົນແຕກຕ່າງກັນອັນອາດເປັນການລະເມີດໃບປະກາດສະບັບນີ້ ແລະ ຕໍ່ການທ້າທາຍໃດໆທີ່ຈະຖືໃຫ້ແຕກຕ່າງກັນດັ່ງນີ້: |
| 39 |
|
| 40 |
ມາດຕາ 8. |
| 41 |
ທຸກຄົນມີສິດທີ່ຈະເພີ່ງສານປະຈຳຊາດທີ່ມິອຳນາດເພື່ອຕໍ່ວ່າການກະທຳອັນເປັນການລະເມີດສິດສຳຄັນລັດຖະທຳມະນູນ ຫຼືກົດໝາຍໄດ້ຮັບຮູ້ແລ້ວນັ້ນ. |
| 42 |
|
| 43 |
ມາດຕາ 9. |
| 44 |
ບຸກຄົນໃດບໍ່ອາດຖືກຈັບກຸມຄຸມຂັງ ແລະ ເນລະເທດໂດຍລຳພັງໃຈເລີຍ. |
| 45 |
|
| 46 |
ມາດຕາ 10. |
| 47 |
ບຸກຄົນແຕ່ລະຄົນມີສິດເສລີພາບຢ່າງເຕັມທີ່ ທີ່ຈະໄຫ້ສານອິດສະຫຼະ ແລະ ທ່ຽງທຳຟັງຄວາມກ່າວຫາຂອງຕົນຢ່າງຍຸດຕິທຳ ແລະ ເປີດເຜີຍສານນັ້ນຈະພິຈາລະນາຕົກລົງຕາມສິດ ແລະ ໜ້າທີ່ຂອງບຸກຄົນ ຫຼື ຕາມຄຳກ່າວຫາໃສ່ບຸກຄົນຜູ້ນັ້ນຢ່າງມີເຫດຜົນພຽງພໍຢູ້ໃນພະແນກອາຍາ. |
| 48 |
|
| 49 |
ມາດຕາ 11. |
| 50 |
|
| 51 |
|
| 52 |
ບຸກຄົນຜູ້ໃດທີ່ຖືກກ່າວຫາກະທຳຜິດກົດໝາຍນັ້ນຕ້ອງໃຫ້ຖືວ່າບໍ່ມີຄວາມຜິດຈົນກວ່າຄວາມຜິດຂອງຜູ້ນັ້ນຈະປະກົດຂື້ນຕາມກົດໝາຍໃນລະຫວ່າງການດຳເນີນຄະດີຊ້ອງໜ້າປະຊາຊົນ ໃນລະຫວ່າງນັ້ນຕ້ອງໃຫ້ບຸກຄົນຜູ້ກ່ຽວຂ້ອງໄດ້ມີປະກັນອັນຄວນໃນການຕໍ່ສູ້ຄະດີຂອງຕົນ. |
| 53 |
|
| 54 |
|
| 55 |
ຜູ້ໃດຜູ້ໜື່ງຈະບໍ່ຖືກໂທດເລີຍໃນການກະທຳ ຫຼື ການຫຼົງລືມຖ້າຫາກວ່າໃນຄະນະທີ່ທຳນັ້ນເຫັນວ່າບໍ່ຜິດຕໍ່ກົດໝາຍຂອງຊາດ ຫຼື ລະຫວ່າງຊາດໃນທຳນອງດຽວກັນ ບໍ່ຄວນຈະປັບໃໝໃສ່ໂທດບຸກຄົນຜູ້ນັ້ນໃຫ້ໜັກກວ່າໂທດທີ່ໃຊ້ປະຕິບັດໃນຄະນະທີ່ກະທຳຄວາມຜິດນັ້ນ. |
| 56 |
|
| 57 |
|
| 58 |
|
| 59 |
ມາດຕາ 12. |
| 60 |
ບຸກຄົນຜູ້ໃດຈະຖືກຜູ້ອື່ນແຊກແຊງກ່ຽວຂ້ອງໂດຍລຳພັງໃຈໃນການດຳເນີນຊີວິດຂອງຕົນເອງຄອບຄົວຂອງຕົນກ່ຽວຂ້ອງນຳທີ່ພັກອາໃສຂອງຕົນ ຫຼື ນຳຈົດໝາຍທີ່ຂຽນໄປມາຫາກັນ ຫຼື ຈະຖືກບຽດບຽນກຽດຕິຍົດ ແລະ ຊື່ສຽງຂອງຕົນນັ້ນບໍ່ໄດ້ເລີຍບຸກຄົນທຸກຄົນມີສິດທີ່ຈະຢູ່ໃນຄວາມ ຄຸ້ມຄອງຂອງກົດໝາຍເພື່ອຕໍ່ວ່າການແຊກແຊງ ຫຼື ການບຽດບຽນເຊັ່ນນັ້ນ. |
| 61 |
|
| 62 |
ມາດຕາ 13. |
| 63 |
|
| 64 |
|
| 65 |
ບຸກຄົນທຸກຄົນມີສິດທີ່ຈະທ່ອງທ່ຽວໄປມາໂດຍເສລີ ແລະ ເລືອກທີ່ຕັ້ງພູມລຳເນົາຢູ່ພາຍໃນລັດ ຫຼື ລັດໜື່ງ. |
| 66 |
|
| 67 |
|
| 68 |
ບຸກຄົນແຕ່ລະຄົນມີສິດທີ່ຈະຈາກປະເທດໃດປະເທດໜື່ງໄປ ນັບທັງປະເທດຂອງຕົນດ້ວຍ ແລະ ກັບຄືນມາໃນປະເທດຂອງຕົນໄດ້. |
| 69 |
|
| 70 |
|
| 71 |
|
| 72 |
ມາດຕາ 14. |
| 73 |
|
| 74 |
|
| 75 |
ບຸກຄົນທຸກຄົນເມື່ອຖືກບຽດບຽນຂ້ຽວເຂັນນັ້ນສິດທີ່ຈະຫາທີ່ອາໄສ ແລະ ຮັບເອົາທີ່ອາໄສໃນປະເທດອື່ນກໍ່ໄດ້. |
| 76 |
|
| 77 |
|
| 78 |
ສິດສ່ວນນີ້ບໍ່ໃຫ້ອ້າງອອກໃດ້ໃນກໍລະນີທີ່ຄຳຮ້ອງຟ້ອງກ່າວຫາຫາກມີເຫດຜົນຕາມຄວາມຈິງອັນກ່ຽວແກ່ໂທດທາງກົດໝາຍລະຫວ່າງຊາດ ຫຼື ກ່ຽວເຖິງການກະທຳທີ່ຂັດຕໍ່ຫຼັກການ ແລະ ຄວາມມຸ້ງໝາຍຂອງສະຫະປະຊາຊາດ. |
| 79 |
|
| 80 |
|
| 81 |
|
| 82 |
ມາດຕາ 15. |
| 83 |
|
| 84 |
|
| 85 |
ບຸກຄົນຜູ້ໃດກໍ່ຈະມີສິດມີສັນຊາດ. |
| 86 |
|
| 87 |
|
| 88 |
ບໍ່ມີຜູ້ໃດເລີຍທີ່ຈະຖືກຖອນສັນຊາດຂອງຕົນໂດບລຳພັງໃຈ ຫຼື ຖືກຖອນສິດໃນການປ່ຽນສັນຊາດ. |
| 89 |
|
| 90 |
|
| 91 |
|
| 92 |
ມາດຕາ 16. |
| 93 |
|
| 94 |
|
| 95 |
ຕັ້ງແຕ່ມີອາຍຸລຸ້ນບ່າວສາວຂື້ນໄປຜູ້ຊາຍ ແລະ ຜູ້ຍິງໂດຍບໍ່ຈຳກັດສັນຊາດ ເຊື້ອຊາດ ຫຼື ສາສະໜາ ມີສິດທີ່ຈະສົມລົດ(ແຕ່ງດອງເອົາກັນເປັນຜົວເມຍ) ແລະ ສ້າງຄອບຄົວຄູ່ສົມລົດມີສິດສະເໝີກັນໃນເມື່ອວິວາຫະມົງຄົນ ໃນລະຫວ່າງຢູ່ກິນດ້ວຍກັນຖານຜົວເມຍ ແລະ ໃນຂະນະທີ່ມີການເລີກວິວາຫະມົງຄົນ. |
| 96 |
|
| 97 |
|
| 98 |
ການສົມລົດຈະຕົກລົງກັນໄດ້ກໍ່ແຕ່ເມື່ອຄູ່ສົມລົດໄດ້ໃຫ້ຄວາມສົມຍອມ ຢ່າງເຕັມໃຈ ແລະ ເດັດຂາດ. |
| 99 |
|
| 100 |
|
| 101 |
ຄອບຄົວເປັນວັດຖຸທຳມະຊາດ ແລະ ຫຼັກສຳຄັນຂອງສັງຄົມ ແລະ ມີສິດທີ່ຈະໄດ້ຮັບຄວາມຄຸ້ມຄອງຈາດສັງຄົມ ແລະ ຈາກລັດ. |
| 102 |
|
| 103 |
|
| 104 |
|
| 105 |
ມາດຕາ 17. |
| 106 |
|
| 107 |
|
| 108 |
ບຸກຄົນທຸກຄົນໂດຍລຳພັງ ຫຼື ໃນໝູ່ຄະນະກໍ່ຄືມີສິດທີ່ຈະເປັນເຈັ້າຂອງໂດຍກຳມະສິດ. |
| 109 |
|
| 110 |
|
| 111 |
ຜູ້ໃດຈະຖອນກຳມະສິດຂອງບຸກຄົນນັ້ນໂດຍລຳພັງໃຈບໍ່ໄດ້ເລີຍ. |
| 112 |
|
| 113 |
|
| 114 |
|
| 115 |
ມາດຕາ 18. |
| 116 |
ບຸກຄົນທຸກຄົນມີສິດເສລີພາບໃນຄວາມຄິດໃນຄວາມເຊື່ອຖື ແລະ ການຖືສາສະໜາ ສິດສ່ວນນີ້ກ່ຽວຂ້ອງດ້ວຍສິດເສລີພາບໃນການປ່ຽນສາສະໜາໃໝ່ ຫຼື ຄວາມເຊື່ອຖືຢ່າງຈິງໃຈ ແລະ ເສລີພາບໃນການສະແດງໃຫ້ເຫັນສາສະໜາຂອງຕົນ ຫຼື ຄວາມເຊື່ອຖືຢ່າງຈິງໃຈຂອງຕົນໃນການສອນໂດຍການກະທຳພິທີນະມັດສະການ ແລະ ປະຕິບັດຕາມຈາຮີດປະເພນີການສະແດງນັ້ນກະທຳໂດຍລຳພັງ ຫຼື ຮ່ວມໝູ່ຄະນະກໍ່ຕາມ. |
| 117 |
|
| 118 |
ມາດຕາ 19. |
| 119 |
ບຸກຄົນທຸກຄົນມີສິດເສລີພາບໃນການອອກ ແລະ ສະແດງຄວາມຄິດຄວາມເຫັນ ດັ່ງນັ້ນຈື່ງເປັນອັນວ່າ: ກ່ຽວແກ່ສິດທີ່ບໍ່ຕ້ອງວິຕົກໃນຄວາມຄິດຄວາມເຫັນຂອງຕົນ ແລະ ສິດທີ່ຈະສືບຫາຮັບແຜ່ພາບຂ່າວ ແລະ ຄວາມຄິດໂດຍວິທີໃດກໍ່ຕາມ ແລະ ໂດຍບໍ່ຈຳກັດເຂດແດນຂອງປະເທດ. |
| 120 |
|
| 121 |
ມາດຕາ 20. |
| 122 |
|
| 123 |
|
| 124 |
ບຸກຄົນທຸກຄົນມີສິດເສລີພາບໃນການປະຊຸມ ແລະ ສະມາຄົມໃນທາງສັນຕິສຸກ. |
| 125 |
|
| 126 |
|
| 127 |
ບໍ່ມີຜູ້ໃດເລີຍທີ່ຈະຕ້ອງຖືກບັງຄັບໃກ້ເຂົ້າເປັນສະມາຊິກໃນສະມາຄົມໃດສະມາຄົມໜື່ງ. |
| 128 |
|
| 129 |
|
| 130 |
|
| 131 |
ມາດຕາ 21. |
| 132 |
|
| 133 |
|
| 134 |
ບຸກຄົນທຸກຄົນມີສິດທີ່ຈະຮ່ວມໃນການບໍລິຫານກິຈະການແຜ່ນດິນໃນປະເທດຂອງຕົນໂດຍຕົງກໍ່ດີໂດຍຜູ້ຕາງໜ້າທີ່ໄດ້ເລືອກຕາມອຳເພີໃຈແລ້ວກໍ່ດີ. |
| 135 |
|
| 136 |
|
| 137 |
ບຸກຄົນທຸກຄົນມີສິດທີ່ຈະຮັບຕຳແໜ່ງລາດສະການແຫ່ງປະເທດຂອງຕົນຕາມກໍລະນີສະເໝີພາກ. |
| 138 |
|
| 139 |
|
| 140 |
ຄວາມເຈດຕະນາຂອງຊົນຊາດແມ່ນຫຼັກສຳຄັນຂອງອຳນາດສາທາລະນະ, ຄວາມເຈດຕະນານີ້ຕ້ອງໃຫ້ສະແດງອອກມາຕາມພິທີຄັດເລືອກຢ່າງສຸດຈະຫຼິດຊື່ງຈະຕ້ອງກະທຳກັນຕາມກຳນົດເວລາໂດຍມີການລົງຄະແນນສຽງສະເໝີກັນທົ່ວໄປ ແລະ ດ້ວຍພິທີລັບ ຫຼື ຕາມພິທີດຽວກັນທີ່ໄຫ້ເສລີພາບໃນການລົງຄະແນນສຽງ. |
| 141 |
|
| 142 |
|
| 143 |
|
| 144 |
ມາດຕາ 22. |
| 145 |
ຂໍ້ 1. ບຸກຄົນທຸກຄົນໃນຖານະທີ່ເປັນສະມາຊິກຂອງສັງຄົມມີສິດທີ່ຈະໄດ້ຮັບຄວາມປອດໄພດ້ານສັງຄົມ;ບຸກຄົນທຸກຄົນມີສິດທີ່ຈະໄດ້ຮັບຄວາມພໍໃຈໃນສິດທີ່ກ່ຽວຂ້ອງແກ່ເສດຖະກິດ ສັງຄົມ ແລະ ວັດທະນາທຳຊື່ງຈຳເປັນແກ່ກຽດຕິສັກຂອງຕົນໂດຍເສລີທັງນີ້ຍ້ອນຄວາມພະຍາຍາມຂອງຊາດ ແລະ ຄວາມຮ່ວມມືລະຫວ່າງຊາດໂດຍຄຳນືງເຖິງການວາງລະບຽບ ແລະ ຊັບສົມບັດຂອງແຕ່ລະປະເທດ. |
| 146 |
|
| 147 |
ມາດຕາ 23. |
| 148 |
|
| 149 |
|
| 150 |
ບຸກຄົນທຸກຄົນມີສິດທີ່ຈະເຮັດວຽກເຮັດການເລືອກການງານຂອງຕົນຕາມລຳເພີງໃຈຕາມກໍລະນີທີ່ເປັນທຳ ແລະ ພໍໃຈ ແລະ ມີສິດທີ່ຈະໄດ້ຮັບຄວາມຄຸ້ມຄອງຕໍ່ການຂາດງານທຳ. |
| 151 |
|
| 152 |
|
| 153 |
ທຸກຄົນມີສິດທີ່ຈະໄດ້ຮັບຄ່າຈ້າງສົມກັບງານທີ່ທຳນັ້ນໂດຍບໍ່ມີການແຕກຕ່າງກັນ. |
| 154 |
|
| 155 |
|
| 156 |
ບຸກຄົນຜູ້ໃດທຳການງານມີສິດທີ່ຈະຮັບລາງວັນຕາມຄວາມຍຸດຕິທຳ ແລະ ພໍໃຈເພື່ອລ້ຽງຊີບຂອງຕົນ ແລະ ຄອບຄົວໂດຍສົມກຽດ ແລະ ຖ້າເປັນການສົມຄວນກໍ່ຈະໄດ້ຮັບຄວາມຄຸ້ມຄອງຈາກສັງຄົມໂດຍວິທີອື່ນໆອີກດ້ວຍ. |
| 157 |
|
| 158 |
|
| 159 |
ບຸກຄົນທຸກຄົນມີສິດທີ່ຈະຕັ້ງສະມາຄົມຂື້ນກັບພັກພວກອື່ນໆ ແລະ ເຂົາເປັນສະມາຊິກເພື່ອປ້ອງກັນຜົນປະໂຫບດຂອງຕົນ. |
| 160 |
|
| 161 |
|
| 162 |
|
| 163 |
ມາດຕາ 24. |
| 164 |
ບຸກຄົນທຸກຄົນມີສິດທີ່ຈະພັກຜ່ອນຢ່ອນໃຈ (ມີເວລາຫວ່າງ) ແລະ ເປັນຕົ້ນວ່າໄລຍະເວລາທຳນັ້ນຈະໄດ້ຖືກກະໃຫ້ມີກຳນົດໄວ້ຕາມສົມຄວນສ່ວນຄ່າຈ້າງລາຍວັນນັ້ນກໍ່ຈະໄດ້ຄິດໃຫ້ລຳສັບເວລາພັກຜ່ອນຕາມກຳນົດດ້ວຍ. |
| 165 |
|
| 166 |
ມາດຕາ 25. |
| 167 |
|
| 168 |
|
| 169 |
ບຸກຄົນທຸກຄົນທີ່ຈະມີມາດຕະຖານການຄອງຊີບພຽງພໍເພື່ອສຸຂະພາບ ແລະ ຄວາມສະບາຍຂອງຕົນ ແລະ ຄອບຄົວຂອງຕົນເປັນຕົ້ນວ່າສຳລັບອາຫານການກິນເຄື່ອງນຸ່ງຮົ່ມທີ່ພັກອາໃສ ການຮັກສາຕົວຈາກແພດພ້ອມທັງການກ່ຽວແກ່ສັງຄົມທີ່ຈຳເປັນນັ້ນດ້ວຍ;ບຸກຄົນທຸກຄົນມີສິດທີ່ຈະຮັບການປອດໄພໃນເມື່ອຂາດທຳງານໃນເມື່ອມີຄວາມເຈັບເປັນຖືກພິການ ເປັນໝ້າຍເຖົ້າແກ່ສະລາ ຫຼື ຢູ່ໃນສະຖານອື່ນໆເຊັ່ນ:ຂາດພິທີຫາລ້ຽງຊີບອັນເນື່ອງມາຈາກເຫດການທີ່ເກີດຂື້ນຢ່າງບໍ່ເຈດຕະນານັ້ນ. |
| 170 |
|
| 171 |
|
| 172 |
ມາດາຜູ້ຄອດບຸດ ແລະ ເດັກທີ່ເກີດໃໝ່ມີສິດທີ່ຈະໄດ້ຮັບການຊົດຊ່ອຍ ແລະ ຄວາມຊ່ວຍເຫຼືອໂດຍສະເພາະເດັກນ້ອຍທຸກຄົນທີ່ເກີດມາກາງວິວາຫະມົງຄົນ ຫຼື ນອກວິວາຫະມົງຄົນມີສິດທີ່ຈະໄດ້ຮັບຄວາມຄຸ້ມຄອງຈາກສັງຄົມເຊັ່ນດຽວກັນ. |
| 173 |
|
| 174 |
|
| 175 |
|
| 176 |
ມາດຕາ 26. |
| 177 |
|
| 178 |
|
| 179 |
ບຸກຄົນທຸກຄົນມີສິດທີ່ຈະໄດ້ຮັບການອົບຮົມສຶກສາ, ການອົບຮົມສຶກສານັ້ນຕ້ອງດຳເນີນໂດຍບໍ່ໃຫ້ມີການເສຍຄ່າ, ຢ່າງໜ້ອຍຕ້ອງແມ່ນການສືກສາຊັ້ນມູນ ແລະ ທີເປັນເຄົ້າສຳລັບມູນສືກສາ ດຳເນີນໂດຍບໍ່ມີການເສຍຄ່າການສຶກສາວິຊາສະເພາະ ແລະ ອະຊິວະສືກສາຕ້ອງໃຫ້ດຳເນີນທົ່ວໄປ, ສ່ວນອຸດົມສືກສານັ້ນຕ້ອງເປີດໃຫ້ແກ່ບຸກຄົນທຸກຄົນໂດຍສະເໝີພາບເຕັມທີ່ ແລະ ຕາມຄຸນນະວຸດທິຂອງບຸກຄົນ. |
| 180 |
|
| 181 |
|
| 182 |
ການອົບຮົມສຶກສານັ້ນຕ້ອງໄດ້ມຸ້ງໄປຫາຄວາມເບີກບານອັນເຕັມທີ່ຂອງບຸກຄະລິກແຫ່ງມະນຸດ ແລະ ມຸ້ງເຖິງຄວາມນັບຖືສິດຂອງມະນຸດ. 'ແລະ ເສລີພາບສ່ວນສຳຄັນນັ້ນໃຫ້ມາກຍີ່ງຂື້ນການອົບຮົມສຶກສາຕ້ອງສະໜັບສະໜູນຄວາມເຂົ້າໃຈຄວາມຜ່ອນຜັນ ແລະ ມິດຕະພາບລະຫວ່າງປະເທດຊາດທຸກປະເທດ ແລະ ໝູ່ກຸ່ມເຊື້ອຊາດ ຫຼື ສາສະໜາທຸກເຫຼົ່າພ້ອມດ້ວຍຂະຫຍາຍການດຳເນີນຂອງສະຫະປາຊາຊາດເພື່ອຮັກສາໄວ້ຊື່ສັນຕິພາບ.' |
| 183 |
|
| 184 |
|
| 185 |
ພໍ່ແມ່ມີສິດກ່ອນເພີ່ນທີ່ຈະເລືອກເອົາຊະນິດການອົບຮົມສຶກສາທີ່ຈະໄຫ້ລູກຂອງຕົນໄດ້ຮັບນັ້ນ. |
| 186 |
|
| 187 |
|
| 188 |
|
| 189 |
ມາດຕາ 27. |
| 190 |
|
| 191 |
|
| 192 |
ບຸກຄົນທຸກຄົນທີ່ສິດທີ່ຈະເຂົ້າຮ່ວມດຳເນີນການສຶກສາໃນໝູ່ຄະນະໂດຍເສລີຮັບຄວາມເພີດເພີນຈາກສິນລະປະ ແລະ ຮ່ວມມືຈັດການກ້າວໜ້າໃນດ້ານວິທະຍາສາດ ແລະ ຜົນປະໂຫຍດທີ່ຈະໄດ້ມານັ້ນດ້ວຍ. |
| 193 |
|
| 194 |
|
| 195 |
ຜູ້ໃດກໍ່ມີສິດທີ່ຈະໄດ້ຮັບຄວາມຄຸ້ມຄອງຈາກຜົນປະໂຫຍດທາງກາຍ ແລະ ໃຈອັນເກີດມາຈາກການດຳເນີນທຸກຢ່າງໃນດ້ານວິທະຍາສາດວັນນະຄະດີ ຫຼື ສິນລະປະຊື່ງຕົນເປັນເຈົ້າຂອງນັ້ນ. |
| 196 |
|
| 197 |
|
| 198 |
|
| 199 |
ມາດຕາ 28. |
| 200 |
ບຸກຄົນທຸກຄົນມີສິດທີ່ຈະມີການສະຫງົບເກີດຂື້ນໃນດ້ານສັງຄົມ ແລະ ໃນດ້ານຕ່າງປະເທດເພື່ອຈະໃຫ້ມີສິດ ແລະ ເສລີພາບທັງມວນທີ່ໄດ້ກ່າວໃນໃບປະກາດສະບັບນີ້ດຳເນີນໄປຢ່າງສັກສິດສົມບູນ. |
| 201 |
|
| 202 |
ມາດຕາ 29. |
| 203 |
|
| 204 |
|
| 205 |
ບຸກຄົນໃດກໍ່ມີໜ້າທີ່ຊື່ງຕ້ອງປະຕິບັດຕໍ່ໝູ່ຄະນະໃນສັງຄົມ; ຄວາມຈະເລີນແຫ່ງບຸກຄະລິກຂອງຕົນຈະດຳເນີນໄປໄດ້ຢ່າງເສລີ ແລະ ສົມບູນກໍ່ແຕ່ໃນວົງໝູ່ຄະນະເທົ່ານັ້ນ. |
| 206 |
|
| 207 |
|
| 208 |
ໃນການປະຕິບັດສິດ ແລະ ເສລີພາບຂອງຕົນນັ້ນທຸກຄົນໃດຕ້ອງດຳເນີນຢູ່ໃນຂອບເຂດແຫ່ງກົດໝາຍທີ່ຕັ້ງໄວ້ນັ້ນທັງສີ້ນຢ່າງເໝາະສົມແກ່ຄວາມຕ້ອງການຂອງທຳມະຈະລິຍາຄວາມສະຫງົບຂອງສາທາລະນະຊົນ ແລະ ສັນຕິສຸກຮ່ວມກັນໃນສັງຄົມປະຊາທິປະໄຕ. |
| 209 |
|
| 210 |
|
| 211 |
ໃນສະຖານໃດກໍ່ດີສິດ ແລະ ເສລີພາບເຫຼົ່ານີ້ບໍ່ຄວນໃຫ້ປະຕິບັດໄປໃນທາງຂັດຂວາງຕໍ່ຈຸດໝາຍ ແລະ ຫຼັກການຂອງສະຫະປະຊາຊາດ. |
| 212 |
|
| 213 |
|
| 214 |
|
| 215 |
ມາດຕາ 30. |
| 216 |
ຂໍ້ໃດຂໍ້ໜື່ງໃນປະກາດສະບັບນີ້ບໍ່ໃຫ້ເອົາຕິດຄວາມເຂົ້າໄປໃນທາງອັນກ່ຽວແກ່ສິດໃດສິດໜື່ງສະລັບລັດໃດລັດໜື່ງ ໝູ່ຄະນະໃດຄະນະໜື່ງ ຫຼື ບຸກຄົນໃດບຸກຄົນໜື່ງທີ່ຈະດຳເນີນຫຼື ປະຕິບັດການອັນມຸ້ງທຳລາຍສິດ ແລະ ເສລີພາບທັງມວນຢູ່ໃນປະກາດສະບັບນີ້. |
| 217 |
|